ອົງການກວດສອບແຫ່ງລັດ ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

        ກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນ, ຍ້ອງຍໍຜົນງານ 5 ປີ (2016-2020) ແລະ ທິດທາງແຜນການແຕ່ນີ້ຮອດ 2025 ຂອງອົງການກວດສອບແຫ່ງລັດ ໄດ້ຈັດຂຶ້ນໃນວັນທີ 7 ມີນາ ນີ້ ທີ່ຫ້ອງປະຊຸມຂອງອົງການດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີກໍາມະການກົມການເມືອງສູນກາງພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງປະທານປະເທດແຫ່ງ ສປປ ລາວ; ມີສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເລຂາຄະນະພັກ ປະທານອົງການກວດສອບແຫ່ງລັດພ້ອມດ້ວຍຄະນະນໍາອົງການກວດສອບແຫ່ງລັດ, ປະທານອົງການກວດສອບປະຈໍາພາກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

        ສະຫາຍ ເຄນ ລໍວັນໄຊ ຄະນະພັກ ຮອງປະທານອົງການກວດສອບແຫ່ງລັດ ໄດ້ຜ່ານບົດສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ (2016-2020) ແລະ ທິດທາງແຜນການໃນຕໍ່ໜ້າ ກໍຄືແຕ່ນີ້ຮອດປີ 2025 ວ່າ: ໃນໄລຍະ 5 ປີ ຜ່ານມາ ຄະນະພັກ-ຄະນະນຳ ອົງການກວດສອບແຫ່ງລັດໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ຖືເປັນບັນຫາສຳຄັນກ່ຽວກັບການຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ໄດ້ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນ ເປັນຕົ້ນການຈັດຕັ້ງເຊື່ອມຊຶມ ດຳລັດຂອງປະທານປະເທດ ແລະ ນິຕິກຳທີ່ຕິດພັນກັບຂະບວນການແຂ່ງຂັນ-ຍ້ອງຍໍ. ພ້ອມນັ້ນ, ກໍໄດ້ເອົາໃຈໃສ່ໃນການຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຂອງພັກ ໃນແຕ່ລະໄລຍະ ເວົ້າລວມ, ເວົ້າສະເພາະ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກອົງການກວດສອບແຫ່ງລັດ ເພື່ອສ້າງເປັນແຜນວຽກຈຸດສຸມໃຫ້ສອດຄ່ອງກັບຈຸດພິເສດສະເພາະ ແລະ ສະພາບຕົວຈິງ ຂອງອົງການກວດສອບແຫ່ງລັດ ໃນແຕ່ລະໄລຍະ ຕິດແໜ້ນກັບຂະບວນການກໍ່ສ້າງພະນັກງານຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໜາຍ ໃຫ້ເລິກເຊິ່ງ ແລະ ບັນລຸຕາມຄາດໜາຍທີ່ວາງໄວ້.

        ຈາກນັ້ນ, ກອງປະຊຸມ ກໍໄດ້ມີການຍ້ອງຍໍບຸກຄົນດີເດັ່ນ ປະກອບມີ ປະດັບຫຼຽນໄຊແຮງງານຊັ້ນ I ຈໍານວນ 11 ທ່ານ ຊຶ່ງໃນນີ້ ກໍມີ ສະຫາຍ ນາງ ວຽງທອງ ສີພັນດອນ ອະດີດປະທານອົງການກວດສອບແຫ່ງລັດ ກໍໄດ້ຂຶ້ນຮັບການປະດັບຫຼຽນ ໂດຍແມ່ນ ສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະດັບ; ພ້ອມນີ້, ກໍໄດ້ມີການປະດັບຫຼຽນໄຊແຮງງານ ຊັ້ນ II ຈໍານວນ 39 ທ່ານ; ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 46 ທ່ານ; ຫຼຽນກາແຮງງານ ຈໍານວນ 76 ທ່ານ; ໃບຍ້ອງຍໍລັດຖະບານ ຈໍານວນ 102 ທ່ານ ແລະ ໃບຍ້ອງຍໍອົງການກວດສອບແຫ່ງລັດ 68 ທ່ານ. ພ້ອມດຽວກັນ, ກໍໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ ແລະ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດປີ 2025 ເພື່ອຮັບປະກັນໃຫ້ໄດ້ 4 ຄາດໝາຍລວມຂອງການແຂ່ງຂັນຮັກຊາດ ແລະ ພັດທະນາຄື:ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກຕ້ອງຕາມກົດໝາຍຊຶ່ງໃນວາລະນີ້ ຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ແລະ ອົງການກວດສອບປະຈໍາພາກ ກໍໄດ້ຂຶ້ນຈັບມືຮັບຮອງເອົາເນື້ອໃນຂໍ້ແຂ່ງຂັນຮ່ວມກັນດັ່ງກ່າວ.

        ໃນຕອນທ້າຍ, ສະຫາຍ ບຸນທອງ ຈິດມະນີ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ຊຶ່ງໄດ້ມີຄໍາເຫັນໃນຫຼາຍບັນຫາສຳຄັນ ທີ່ໄດ້ເນັ້ນ ແລະ ເຈາະຈີ້ມ ເພື່ອໃຫ້ບັນດາສະຫາຍໃນອົງການກວດສອບແຫ່ງລັດ ເອົາໄປຄົ້ນຄວ້າຜັນຂະຫຍາຍຈັດຕັ້ງປະຕິບັດພ້ອມກັບບັນດາເນື້ອໃນຄາດໝາຍທີ່ໄດ້ວາງອອກເປັນຕົ້ນຄື:
1). ໃຫ້ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍຜົນສໍາເລັດທີ່ຍາດມາໄດ້ຜ່ານມາ ແລະ ບົດຮຽນທີ່ຖອດຖອນໄດ້ບົນພື້ນຖານແຂ່ງຂັນບຸກບືນສູ້ຊົນປະຕິບັດບັນດາຄາດໝາຍ ກໍຄືຂໍ້ແຂ່ງຂັນທີ່ວາງອອກນັ້ນ ໃຫ້ເກີດຜົນເປັນຈິງ.ໃນນີ້, ກ່ອນອື່ນໝົດ ໃຫ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ ໂດຍຕິດພັນກັບການຄົ້ນຄວ້າກໍາແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ກອງປະຊຸມວຽກງານ ການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ລວມທັງເນື້ອໃນບົດໂອ້ລົມ ຂອງສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມດັ່ງກ່າວ.
2). ໃນເງື່ອນໄຂມີການລົງທຶນພັດທະນາປະເທດ ຍິ່ງມີຄວາມຈໍາເປັນ ຕ້ອງມີການກວດສອບ ໃຫ້ເຂັ້ມງວດ ແລະ ແທດເຖິງທຸກຫົວໜ່ວຍງົບປະມານຂອງລັດ.ສະນັ້ນ, ຄະນະພັກ-ຄະນະນໍາ ຂອງອົງການກວດສອບ ທັງຂັ້ນສູນກາງ ແລະ ບັນດາພາກຕ່າງໆ ຕ້ອງຖືສໍາຄັນ ແລະ ເອົາໃຈໃສ່ໃນການຝຶກອົບຮົມແນະນໍາໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກໍາແໜ້ນໜ້າທີ່ວິຊາສະເພາະ ກໍຄືນິຕິກໍາຕ່າງໆທີ່ກ່ຽວຂ້ອງ ລວມທັງວິທີການ, ມາດຕະການ ແລະ ທັດສະນະຄວາມຮັບຜິດຊອບ ຕໍ່ວຽກງານກວດສອບ ເພື່ອປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ມີປະສິດທິຜົນດີ, ທັງເຮັດທັງສະຫຼຸບຖອດຖອນບົດຮຽນເປັນປະຈໍາ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ ແລະ ດັດແປງແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງໃຫ້ທັນການ.
3). ຄະນະພັກ, ຄະນະຮັບຜິດຊອບ ຊີ້ນໍາການແຂ່ງຂັນ-ຍ້ອງຍໍ ຂອງອົງການກວດສອບແຫ່ງລັດ ຕ້ອງປຸກລະດົມສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງອົງການກວດສອບ ກໍຄືການປະຕິບັດໜ້າທີ່ວິຊາສະເພາະຂອງແຕ່ລະກົມ, ແຕ່ລະພາກສ່ວນ ໃຫ້ສູ້ຊົນປະຕິບັດຄາດໝາຍທີ່ວ່າ “ເຮັດໃຫ້ໄວ, ເຮັດໃຫ້ຫຼາຍ, ເຮັດໃຫ້ດີ ແລະ ເຮັດໃຫ້ຖືກຕ້ອງຕາມກົດໝາຍ” ຊຶ່ງຕ້ອງຫັນອັນນີ້ ໃຫ້ເປັນລະບຽບການ, ເປັນຂໍ້ແຂ່ງຂັນ-ຍ້ອງຍໍ ເພື່ອໃຫ້ທຸກການຈັດຕັ້ງ ແລະ ບຸກຄົນ ສະມາຊິກພັກ, ພະນັກງານ-ລັດຖະກອນ ສູ້ຊົນປະຕິບັດ, ທັງເປັນບ່ອນອີງໃນການປະເມີນ ຫຼື ຕີລາຄາ ເລືອກເຟັ້ນ ຜູ້ທີ່ມີຜົນງານດີເດັ່ນ ເພື່ອຍ້ອງຍໍສັນລະເສີນປະຈໍາປີ ແລະ ເປັນບັ້ນຄືປະຕິບັດຜ່ານມານີ້ເຮັດໄດ້ແນວນີ້ ຈະເປັນການກະຕຸກຊຸກຍູ້ໃຫ້ແຕ່ລະກົມ, ແຕ່ລະພາກສ່ວນ ແລະ ແຕ່ລະຄົນສະມາຊິກພັກ, ພະນັກງານ-ລັດຖະກອນ ມີການບຸກບືນ ແຂ່ງຂັນກັນປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີຂຶ້ນເລື້ອຍໆ.
4). ເພື່ອຮັບປະກັນໜ້າທີ່ການເມືອງ ກໍຄືຂໍ້ແຂ່ງຂັນ ແລະ ບັນດາຄາດໝາຍ ທີ່ວາງອອກນັ້ນ, ຄະນະພັກ-ຄະນະນໍາ ຂອງອົງການກວດສອບແຫ່ງລັດ ຕ້ອງເພີ່ມທະວີການນໍາພາຂອງຕົນ ຕໍ່ທຸກຂົງເຂດວຽກງານຂອງອົງການກວດສອບໃຫ້ແທດເຖິງ, ໃນນີ້ ໃຫ້ຖືສໍາຄັນຕໍ່ວຽກງານກໍ່ສ້າງພັກ, ພະນັກງານ ແລະ ວຽກງານຕິດຕາມກວດກາ ຊຶ່ງວຽກງານກໍ່ສ້າງພັກ ໃຫ້ຄົ້ນຄວ້າກໍາແໜ້ນ ແລະ ຈັດຕັ້ງປະຕິບັດກົດລະບຽບຂອງພັກ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ດໍາເນີນການກໍ່ສ້າງພັກ ຕາມ 5 ຫຼັກການ ແລະ 3 ທິດນໍາ ກໍ່ສ້າງພັກ ທີ່ກໍານົດໄວ້ໃນກົດລະບຽບຂອງພັກ; ຕໍ່ກັບວຽກງານຕິດຕາມ-ກວດກາ ບັນຫາພື້ນຖານແມ່ນໃຫ້ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຂອງກອງປະຊຸມວຽກງານກວດກາທົ່ວປະເທດໂດຍຫັນເປັນອັນລະອຽດຂອງຄະນະພັກອົງການກວດສອບແຫ່ງລັດ ພ້ອມທັງນໍາພາຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ.ໃນນີ້, ໃຫ້ເອົາໃຈໃສ່ຕິດຕາມ-ກວດກາ ພາຍໃນພັກ, ກວດກາແກ້ໄຂ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງໃຫ້ເປັນປົກກະຕິເພື່ອຮັບປະກັນບົດບາດຄວາມສາມາດການນໍາພາຂອງພັກ ແລະ ຄວາມເປັນແບບຢ່າງຂອງສະມາຊິກພັກ.
5). ໃຫ້ຖືສໍາຄັນ ແລະ ເອົາໃຈໃສ່ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກ ຂອງຄະນະພັກ ແລະ ຄະນະນໍາ ແຕ່ລະຂັ້ນ ພາຍໃນອົງການກວດສອບ; ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ເຮັດວຽກມີແຜນການ, ມີຈຸດສຸມ, ມີການຊີ້ນໍາ, ຕິດຕາມຊຸກຍູ້ ແທດເຖິງຕົວຈິງ, ຕ້ານ ແລະ ແກ້ໄຂແບບແຜນອາດຍາສິດຫ່າງເຫີນຈາກຕົວຈິງ; ປະຕິບັດລະບອບປະຊຸມສະຫຼຸບຖອດຖອນ ບົດຮຽນ ໃຫ້ເປັນປົກກະຕິ, ຊອກໃຫ້ເຫັນດ້ານຕັ້ງໜ້າເພື່ອເສີມຂະຫຍາຍ, ເຫັນໄດ້ ດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອດັດແປງແກ້ໄຂ ໃຫ້ທັນເວລາ; ສໍາລັບການແຂ່ງຂັນ-ຍ້ອງຍໍ ຫຼື ການປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ທີ່ວາງອອກນັ້ນ ຕ້ອງມີການປະເມີນເປັນປົກກະຕິ ໃນທຸກໆປີ ບົນພື້ນຖານຂໍ້ແຂ່ງຂັນ ກໍຄືເງື່ອນໄຂ-ມາດຖານທີ່ກໍານົດໄວ້.
 
(ຂ່າວ-ພາບ: ສຸກສະຫວັນ)