ໃນວັນທີ 14 ມີນາ 2023 ໄດ້ມີພິທີປະກາດການສ້າງຕັ້ງອົງການກວດສອບປະຈຳພາກກາງ 2 ທີ່ຫ້ອງວ່າການແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານໂດຍທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ປະທານອົງການກວດສອບແຫ່ງລັດ ແລະ ເປັນປະທານຮ່ວມໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ; ເຂົ້າຮ່ວມໃນພິທີຄັ້ງນີ້ ມີຄະນະປະຈໍາພັກອົງການກວດສອບແຫ່ງລັດ, ບັນດາທ່ານ ເຈົ້າເມືອງ, ຫົວໜ້າພະແນກການອ້ອມຂ້າງແຂວງ, ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມອົງການກວດສອບແຫ່ງລັດ, ບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການອົງການກວດສອບແຫ່ງລັດ ແລະ ພະນັກງານອ້ອມຂ້າງກໍ່ໃຫ້ກຽດເຂົ້າຮ່ວມ.
ໃນພິທີດັ່ງກ່າວ ທ່ານ ລຳທອນ ບຸດຕະລາດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາການສ້າງຕັ້ງອົງການກວດສອບປະຈຳພາກກາງ 2 ແຂວງສະຫວັນນະເຂດ ສະບັບເລກທີ 314/ຄປຈ, ລົງວັນທີ 31 ທັນວາ 2021, ມະຕິຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການແຕ່ງຕັ້ງ ທ່ານ ອຸໄພວັນ ໄຊຍະວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ອາດສະພັງທອງ ແຂວງສະຫວັນນະເຂດ ເປັນປະທານອົງການກວດສອບປະຈໍາພາກກາງ 2 ສະບັບເລກທີ22/ຄປຈ, ລົງວັນທີ 02/02/2023, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ພູລັດຕະນະ ພົມມະຫາໄຊ ຮອງຫົວໜ້າຫ້ອງການອົງການກວດສອບແຫ່ງລັດ ເປັນຮອງປະທານອົງການກວດສອບປະຈຳພາກກາງ 2 ສະບັບເລກທີ 300/ອກສລ, ລົງວັນທີ 09/03/2023 ແລະ ການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າ ພະແນກ ພາຍໃນອົງການກວດສອບແຫ່ງລັດຈໍານວນໜຶ່ງ.
ນອກຈາກນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະພັກ, ເຈົ້າແຂວງສະຫວັນນະເຂດ ຍັງຂື້ນມີຄໍາເຫັນຕໍ່ພິທີດັ່ງກ່າວ ເປັນຕົ້ນການຂະຫຍາຍກົງຈັກການຈັດຕັ້ງ, ການຂະຫຍາຍພາກ, ການຈັດວາງສັບຊ້ອນພະນັກງານຖືເປັນເລື່ອງປົກກະຕິຂອງກົງຈັກການບໍລິຫານວຽກງານຂອງພັກ-ລັດ, ກໍຄືອົງການກວດສອບແຫ່ງລັດ, ຍັງໄດ້ສະແດງຄວາມປີຕິຊົມຊື່ນເປັນຍ່າງຍີ່ງ ທີ່ອົງການກວດສອບໄດ້ຂະຫຍາຍຕົວອອກເປັນຫຼາຍຂົງເຂດກວດສອບ ເຮັດໃຫ້ການຄຸ້ມຄອງງົບປະມານ, ຊັບສິນຂອງລັດ ໃຫ້ມີຄວາມຮັດກຸມ ແລະ ເຂັ້ມງວດຂື້ນກວ່າເກົ່າ.
ນະໂອກາດດັ່ງກ່າວ, ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ປະທານອົງການກວດສອບແຫ່ງລັດ ຍັງໄດ້ມິຄໍາເຫັນໂອລົມຕື່ມເຖິງການເຕີບໃຫຍ່ຂະຫຍາຍຕົວຂອງອົງການກວດສອບແຫ່ງລັດ ນັບແຕ່ມື້ສ້າງຕັ້ງອົງການກວດສອບແຫ່ງລັດ ປີ 1998 ເຖິງປັດຈຸບັນ ເປັນໄລຍະເວລາ 24 ປີ, ໂດຍຜ່ານຂະບວນວິວັດແຫ່ງການປັບປຸງປ່ຽນແປງຕາມແນວທາງການນໍາພາຂອງພັກ-ລັດ, ການໄດ້ຮັບຮອງເອົາກົດໝາຍວ່າດ້ວຍການກວດສອບແຫ່ງລັດ ເພື່ອໄດ້ເຄື່ອນໄຫວຕາມສິດ ແລະ ໜ້າທີ່ ໃນການກວດສອບການເງິນ ຢ່າງເຕັມສ່ວນ ແລະ ໄດ້ຮັບໝາກຜົນເປັນກ້າວໆມາ; ການຍົກໃຫ້ເຫັນເຖິງກົດເກນຂອງລະບົບກົງຈັກການຈັດຕັ້ງ ເພື່ອເຮັດໃຫ້ວຽກງານຂອງອົງການກວດສອບແຫ່ງລັດ ມີການພັດທະນາ, ມີປະສິດທີພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ.
ຂ່າວ ແລະ ຮູບພາບໂດຍ: ອົງການກວດສອບແຫ່ງລັດ