ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2023 ທີ່ອົງການກວດສອບແຫ່ງລັດ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຈອງ ຢອງຊູ, ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ ໃນໂອກາດດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ ຄົນໃໝ່ ແລະ ປຶກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດການກວດສອບແຫ່ງລັດ.
ໃນໂອກາດການຢ້ຽມຢາມໃນຄັ້ງນີ້ ທ່ານ ຈອງ ຢອງຊູ, ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງ, ເຊິ່ງເປັນການພົບປະກັນຢ່າງເປັນທາງການຄັ້ງທຳອິດ ພ້ອມທັງເປັນການລິເລີ່ມການຮ່ວມມືທີ່ດີຂອງທັງສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ສ. ເກົາຫຼີ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄົບຮອບ 28 ປີ (25 ຕຸລາ 1995 ຫາ 25 ຕຸລາ 2023) ໃນເດືອນຕຸລານີ້.
ທ່ານ ວຽງທະວີສອນ ເທບພະຈັນ, ປະທານອົງການກວດສອບແຫ່ງລັດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ພ້ອມທັງ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານ ຈອງ ຢອງຊູ, ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ ທີ່ເອກອັກຄະລັດຖະທູດ ສ. ເກົາຫຼີ ທີ່ໃນໄລຍະຜ່ານມາໄດ້ເອົາໃຈໃສ່ເຄື່ອນໄຫວຢ່າງຫ້າວຫັນໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຫຼາຍຂົງເຂດເປັນຕົ້ນແມ່ນ ການຊ່ວຍເຫຼືອທາງດ້ານ: ການສຶກສາ, ສາທາລະນະສຸກ, ການພັດທະນາຊົນນະບົດ, ກະສິກຳ, ພະລັງງານ ແລະ ອື່ນໆ. ການຮ່ວມມື ແລະ ການພົວພັນທາງດ້ານເສດຖະກິດ 2 ປະເທດ; ລວມທັງການລົງທຶນ, ການທ່ອງທ່ຽວ, ການຄ້າ ກໍ່ມີຄວາມພົ້ນເດັ່ນຫຼາຍ. ນອກນັ້ນ, ສະພາກວດສອບ ແລະ ກວດກາ ສ.ເກົາຫຼີ ກໍ່ໄດ້ໃຫ້ການສະໜັບສະໜູນການຝຶກອົບຮົມໃຫ້ພະນັກງານອົງການກວດສອບແຫ່ງລັດ ໃນຫຼາຍຄັ້ງບໍ່ວ່າຈະເປັນຮູບແບບການສື່ສານອອນລາຍ ແລະ ແບບເຊິ່ງໜ້າ
ໂດຍເຫັນໄດ້ບົດບາດຄວາມສໍາຄັນຂອງວຽກງານການກວດສອບແຫ່ງລັດ ໃນການປະກອບສ່ວນໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ, ທ່ານ ວຽງທະວີສອນ ເທບພະຈັນ, ປະທານອົງການກວດສອບແຫ່ງລັດ ກໍ່ໄດ້ຖືໂອກາດແຈ້ງສະພາບການພັດທະນາ, ການເຄື່ອນໄຫວວຽກງານການກວດສອບແຫ່ງລັດ ແລະ ຍຸດທະສາດການພັດທະນາວຽກງານການກວດສອບແຫ່ງລັດຮອດປີ 2025 ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຍຸດທະສາດ ດັ່ງກ່າວ ໂດຍສະເພາະໃນຊ່ວງທີ່ ສປປ ລາວ ກໍ່ຄືສາກົນກໍາລັງຟື້ນຕົວຈາກຂໍ້ຈໍາກັດຂອງພະຍາດໂຄວິດ 19.
ໃນໂອກາດດຽວກັນການໂອ້ລົມຂອງສອງຝ່າຍ ແມ່ນໄດ້ຕີລາຄາສູງຕໍ່ການພົບປະໃນຄັ້ງນີ້ ແລະ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງລັດຖະບານກໍຄືສອງອົງການກວດສອບແຫ່ງລັດ ສປປ ລາວ ແລະ ສະພາກວດສອບ ແລະ ກວດກາ ສ. ເກົາຫຼີ, ອົງການກວດສອບແຫ່ງລັດໄດ້ສະເໜີໃຫ້ ທ່ານ ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ ຊ່ວຍຊຸກຍູ້ ແລະ ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ໃນຂົງເຂດວຽກງານທີ່ເຫັນວ່າມີຄວາມເປັນໄປໄດ້ ເປັນຕົ້ນ:
- ສ້າງຄວາມເຂັ້ມແຂງ ພັດທະນາດ້ານບຸກຄະລາກອນຜ່ານທຶນຝຶກອົບຮົມຂອງ ສະພາກວດສອບ ແລະ ກວດກາ ສ. ເກົາຫຼີ;
- ສ້າງຄວາມເຂັ້ມແຂງໃຫ້ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບແຫ່ງລັດ ສປປ ລາວ ເປັນຕົ້ນການພັດທະນາດ້ານຫຼັກສູດການກວດສອບ ແລະ ພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້ ແລະ ຄວາມສາມາດທາງດ້ານການເປັນຄູຝຶກ;
- ແລກປ່ຽນບົດຮຽນ ກ່ຽວກັບການນຳໃຊ້ລະບົບເຄື່ອງມືທີ່ທັນສະໄໝເຂົ້າໃນການດຳເນີນການກວດສອບແຫ່ງລັດ.
ໃນຕອນທ້າຍ, ທ່ານວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ກ່າວອວຍພອນ ທ່ານ ຈອງ ຢອງຊູ, ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ ຈະສືບຕໍ່ເສີມຂະຫຍາຍການຮ່ວມມື ແລະ ໃຫ້ການສະໜັບສະໜູນ ສປປ ລາວ ກໍຄືອົງການກວດສອບແຫ່ງລັດ ໃນຕໍ່ໜ້າຕື່ມອີກ.
ຂ່າວ ແລະ ຮູບພາບໂດຍ: ອົງການກວດສອບແຫ່ງລັດ