ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ເດີນທາງໄປພົບປະຢ້ຽມຢາມ ແລະ ເຮັດວຽກກັບສະພາກວດສອບ ແລະ ກວດກາ ສ. ເກົາຫຼີ

        ໃນລະຫວ່າງວັນທີ 15-16 ພຶດສະພາ 2023, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍກັບອົງການກວດສອບ ແລະ ກວດກາ ສ. ເກົາຫຼີ ນຳໂດຍ: ທ່ານ ແຊ ແຈ ແຮ (Choe Jaehae) ປະທານສະພາກວດສອບ ແລະ ກວດກາ ສ. ເກົາຫຼີ ທີ່ ນະຄອນຫຼວງເຊອຸນ, ສ. ເກົາຫຼີ ຊຶ່ງການເດີນທາງໃນຄັ້ງນີ້ ທ່ານ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມໃຫ້ພະນັກງານອົງການກວດສອບແຫ່ງລັດ ໃນຫົວຂໍ້: ການເສີມສ້າງຄວາມເຂັ້ມແຂງດ້ານວຽກງານກວດສອບ” the Audit Capacity Building Programme ທີ່ສະຖາບັນກວດສອບ ແລະ ກວດກາ ສ. ເກົາຫຼີ ພາຍໃຕ້ການສະໜັບສະໜູນຂອງສະຖາບັນຝຶກອົບຮົມກວດສອບ ແລະ ກວດກາ ສ. ເກົາຫຼີ.  ​

        ການພົບປະສອງຝ່າຍກັນໃນຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ເວົ້າລວມ, ເວົ້າສະເພາະ ກໍ່ຄືສອງອົງການກວດສອບແຫ່ງລັດ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂື້ນ ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນທາງການທູດ ຄົບຮອບ 28 ປີ (25/10/1995-25/10/2023) ທີ່ໃກ້ຈະມາເຖິງນີ້, ເຊິ່ງກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ ແລະ ຄວາມຮັບຜິດຊອບສູງ ທີ່ຈະເສີມຂະຫຍາຍສາຍພົວພັນຮ່ວມມືຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ.

 

        ໃນກອງປະຊຸມພົບປະສອງຝ່າຍຄັ້ງນີ້ ທັງສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບ ພ້ອມທັງທົບທວນຜົນສໍາເລັດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງໄດ້ແນ່ໃສ່ ສືບຕໍ່ແລກປ່ຽນການຢ້ຽມຢາມພົບປະສອງຝ່າຍໃນລະດັບການນໍາຂັ້ນສູງ; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ເປັນຕົ້ນ ການແລກປ່ຽນບົດຮຽນກັບສະຖາບັນກວດສອບ ແລະ ກວດກາ ສ. ເກົາຫຼີ, ການສ້າງຫຼັກສູດ, ປຶ້ມຕໍາລາການຮຽນ-ການສອນ, ການສ້າງພະນັກງານໃຫ້ເປັນຄູຝຶກ ແລະ ການຫັນວຽກງານກວດສອບເປັນທັນສະໄໝໂດຍນຳໃຊ້ເຄື່ອງມືເຕັກໂນໂລຍີ.

        ໂອກາດດັ່ງກ່າວ, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງສະພາກວດສອບ ແລະ ກວດກາ ສ. ເກົ່າຫຼີ ກໍຄືສະຖາບັນກວດສອບ ແລະ ກວດກາ ສ. ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ ແລະ ຈະສືບຕໍ່ການຮ່ວມມືໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ນັກກວດສອບຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນຕໍ່ໜ້າ. ໃນໂອກາດດຽວກັນ, ທ່ານ ແຊ ແຈ ແຮ (Choe Jaehae) ກໍ່ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ສະໜັບສະໜູນອົງການກວດສອບແຫ່ງລັດ ເປັນຕົ້ນ: ການແລກປ່ຽນບົດຮຽນລະຫວ່າງສອງສະຖາບັນຝຶກອົບຮົມອົງການກວດສອບແຫ່ງລັດ ສປປ ລາວ ແລະ ເກົາຫຼີ;  ສືບຕໍ່ໃຫ້ທຶນຝຶກອົບຮົມແກ່ພະນັກງານອົງການກວດສອບແຫ່ງລັດ ແລະ ຈະເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງອົງການກວດສອບແຫ່ງລັດ ໃຫ້ກ້າວໜ້າຂື້ນເລື້ອຍໆ.

        ພາຍຫຼັງສຳເລັດກອງປະຊຸມພົບປະສອງຝ່າຍ, ຄະນະຜູ້ແທນຂັ້ນສູງອົງການກວດສອບແຫ່ງລັດ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມໃຫ້ພະນັກງານອົງການກວດສອບແຫ່ງລັດ ສປປ ລາວ ທີ່ສະຖາບັນກວດສອບ ແລະ ກວດກາ ສ. ເກົາຫຼີ ແລະ ໄດ້ຢ້ຽມຊົມສະຖາບັນກວດສອບ ແລະ ກວດກາ ສ. ເກົາຫຼີ ເຊິ່ງເປັນສະຖານທີ່ ທີ່ມີສິ່ງອຳນວຍຄວາມສະດວກຫຼາຍດ້ານ ໃຫ້ແກ່ນັກຝຶກອົບຮົມ ແລະ ໄດ້ຮັບຟັງການບັນຍາຍກ່ຽວກັບວຽກງານການນຳໃຊ້ລະບົບໄອທີ ເຂົ້າໃນການກວດສອບ ຂອງ ສ. ເກົາຫຼີ ເຊິ່ງເຫັນວ່າມີຄວາມສະດວກ, ວ່ອງໄວ, ທັນສະໄໝ ແລະ ຮັດກຸມ ໃນການກວດສອບຂອງສະພາກວດສອບ ແລະ ກວດກາ ສ. ເກົາຫຼີ ເພື່ອຮັບປະກັນດ້ານປະສິດທິພາບ ແລະ ປະສິດທິຜົນຂອງວຽກງານກວດສອບ ໃນຄັ້ງນີ້ດ້ວຍ.

ຂ່າວສານໂດຍ : ອົງການກວດສອບແຫ່ງລັດ