ກວດກາເນື້ອໃນຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ

        ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານ ຂອງຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ ປີ 2022 ຂຶ້ນໃນວັນທີ 19 ກັນຍານີ້ ທີ່ຫ້ອງປະຊຸມຂອງອົງການກວດສອບດັ່ງກ່າວ, ໂດຍການເປັນປະທານກອງປະຊຸມຮ່ວມ ຂອງ ທ່ານ ພູທອນ ວໍລະເພັດ ຮອງປະທານກຳມາທິການກົດໝາຍ ແລະ ທ່ານ ບຸນຕາ ເທບພະວົງ ຮອງປະທານກຳມາທິການ ແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

        ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອກວດກາເນື້ອໃນຮອບດ້ານ ຂອງຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ ປີ 2022 ໃຫ້ມີຄວາມຄົບຖ້ວນ, ຮັດກຸມ, ມີຄວາມຮັບປະກັນ, ມີຄຸນນະພາບ, ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ບໍ່ຂັດກັບກົດໝາຍທີ່ປະກາດໃຊ້ ໃນປັດຈຸບັນ ກ່ອນຈະນຳເຂົ້າຜ່ານກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ສາມາດເອົາເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອຮັບຮອງ ແລະ ປະກາດໃຊ້ ຊຶ່ງກົດໝາຍສະບັບນີ້ ປະກອບມີ 12 ພາກ, 13 ໝວດ ແລະ 94 ມາດຕາ.

ຮູບພາບ ແລະ ຂ່າວໂດຍ:…..