ໂດຍປະຕິບັດຕາມມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025) ສະບັບເລກທີ 19/ສພຊ ລົງວັນທີ 26 ມີນາ 2021 ແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2022 ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 02/ຄປຈ ລົງວັນທີ 07 ກຸມພາ 2002 ແລະ ແຜນການເຄື່ອນໄຫວທາບທາມຄຳຄິດຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ຂອງຄະນະຮັບຜິດຊອບປັບປຸງຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ມີເນຶ້ອໃນຮັດກຸມ ຊັດເຈນ ແລະ ມີຄວາມພ້ອມທີ່ຈະສະເໜີຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນທ້າຍປີ 2022.
ວັນທີ 25 ສິງຫາ 2022 ທີ່ຫ້ອງປະຊຸມ ສູນ ICTC ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມທາບທາມຄຳຄິດຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ ຈາກບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດລັດລົງທຶນ ຂັ້ນສູນກາງ ຄຸ້ມຄອງ ບັນດາ ພະແນກການທີ່ກ່ຽວຂ້ອງ ຂອງ 6 ແຂວງພາກກາງ ປະກອບມີ: ແຂວງວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ພ້ອມແຂວງພາກເໜືອ 1 ແຂວງຄື: ແຂວງຫົວພັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 124 ທ່ານ. ເປັນປະທານກອງປະຊຸມໂດຍທ່ານ ວຽງທະວີສອນ ເທບພະຈັນ ປະທານ ອົງການກວດສອບແຫ່ງລັດ ແລະ ນຳພາກອງປະຊຸມໂດຍ ທ່ານ ບຸນເລີດ ເທບວົງສາ ຮອງປະທານ ອົງການກວດສອບແຫ່ງລັດ ກອງປະຊຸມແມ່ນໄດ້ດຳເນີນເປັນເວລາ 2 ວັນ ແຕ່ວັນທີ 25-26 ສິງຫາ 2022.
ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອທາບທາມຄຳເຫັນຕໍ່ກັບການປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບເລກທີ 09/ສພຊ ລົງວັນທີ 11 ພະຈິກ 2016 ເຊິ່ງປະກອບມີ 10 ພາກ, 7 ໝວດ ແລະ 75 ມາດຕາ ຜ່ານການຄົ້ນຄວ້າ ແລະ ຈັດກອງປະຊຸມວິຊາການ ແລກປ່ຽນຄຳຄິດຄຳເຫັນ ພາຍໃນຄະນະຮັບຜິດຊອບ ຈຶ່ງໄດ້ເຫັນດີເປັນເອກະພາບປັບປຸງ ຕັດອອກພາກ, ໝວດ ແລະ ບາງມາດຕາທີ່ເຫັນວ່າບໍ່ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງ ແລະ ມີເນື້ອໃນຍັງບໍ່ທັນຈະແຈ້ງ ເຊິ່ງໄດ້ຕັດອອກທັງໝົດ 1 ພາກ ແລະ 10 ມາດຕາ ສ່ວນເນື້ອໃນທີ່ເຫັນວ່າຍັງສອດຄ່ອງ ແລະ ບໍ່ມີຜົນກະທົບ ແມ່ນຍັງຮັກສາໄວ້ຄືເກົ່າ ໂດຍໂຄງປະກອບ ແລະ ເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງໃໝ່ນີ້ ປະກອບມີ 11 ພາກ, 12 ໝວດ ແລະ 82 ມາດຕາ ກໍ່ຄືເພີ່ມໃໝ່ 1 ພາກ, 5 ໝວດ ແລະ 13 ມາດຕາ ແລະ ປັບປຸງທັງໝົດ 57 ມາດຕາ ເຫດຜົນໃນການປັບປຸງ, ເພີ່ມໃໝ່ ແລະ ຕັດອອກຂອງບາງພາກ, ໝວດ ແລະ ມາດຕາ ຂອງກົດໝາຍສະບັບນີ້ ເພື່ອແນ່ໃສ່ເຮັດໃຫ້ເນື້ອໃນກົດໝາຍມີຄວາມຄົບຖ້ວນ, ສົມບູນ, ຮັດກຸມ, ມີຄວາມຮັບປະກັນ, ມີຄຸນນະພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.
ຮູບພາບ ແລະ ຂ່າວໂດຍ:…..