ໃນວັນທີ 17 ສິງຫານີ້ ທີ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ ປີ 2022 ແລະ ວຽກງານປັບປຸງຄຸນນະພາບການກວດສອບຂຶ້ນ ໂດຍການເປັນປະທານຂອງ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ແລະ ທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ, ມີ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ແລະ ຜູ້ເຂົ້າຮ່ວມຈາກ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ອົງການກວດສອບ ປະຈຳພາກເໜືອ ພ້ອມທັງບັນດາພະແນກການອ້ອມຂ້າງແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ ແລະ ແຂວງຜົ້ງສາລີ ເຂົ້າຮ່ວມທັງໝົດ 114 ທ່ານ.
ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອທາບທາມຄຳເຫັນຕໍ່ກັບການປັບປຸງກົດໝາຍ ວ່າດ້ວຍ ການກວດສອບແຫ່ງລັດ ສະບັບເລກທີ 09/ສພຊ, ລົງວັນທີ 11 ພະຈິກ 2016 ຊຶ່ງປະກອບມີ 10 ພາກ, 7 ໝວດ ແລະ 75 ມາດຕາ, ຜ່ານການຄົ້ນຄວ້າ ແລະ ຈັດກອງປະຊຸມວິຊາການແລກປ່ຽນຄໍາຄິດຄໍາເຫັນ ພາຍໃນຄະນະຮັບຜິດຊອບ ຈຶ່ງໄດ້ເຫັນດີເປັນເອກະພາບປັບປຸງ, ຕັດອອກພາກ, ໝວດ ແລະ ບາງມາດຕາ ທີ່ເຫັນວ່າບໍ່ສອດຄ່ອງ ກັບສະພາບການຈັດຕັ້ງປະຕິບັດຕົວຈິງ ແລະ ມີເນື້ອໃນຍັງບໍ່ທັນຈະແຈ້ງ ຊຶ່ງໄດ້ຕັດອອກທັງໝົດ 1 ພາກ ແລະ 10 ມາດຕາ, ສ່ວນເນື້ອໃນທີ່ເຫັນວ່າຍັງມີຄວາມສອດຄ່ອງ ແລະ ບໍ່ມີຜົນກະທົບ ແມ່ນຍັງຮັກສາໄວ້ຄືເກົ່າໂດຍໂຄງປະກອບ ແລະ ເນື້ອໃນ ຂອງຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງໃໝ່ນີ້ ປະກອບມີ 11 ພາກ 12 ໝວດ ແລະ 82 ມາດຕາ ກໍຄື ເພີ່ມໃໝ່ 1 ພາກ, 5 ໝວດ, 13 ມາດຕາ ແລະ ປັບປຸງທັງໝົດ 57 ມາດຕາ ຊຶ່ງເຫດຜົນໃນການປັບປຸງ, ເພີ່ມໃໝ່ ແລະ ຕັດອອກຂອງບາງພາກ, ໝວດ ແລະ ມາດຕາ ຂອງກົດໝາຍສະບັບນີ້ ເພື່ອແນໃສ່ເຮັດໃຫ້ເນື້ອໃນກົດໝາຍ ມີຄວາມຄົບຖ້ວນ, ສົມບູນ, ຮັດກຸມ, ມີຄວາມຮັບປະກັນ, ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ. ກອງປະຊຸມທາບທາມຮ່າງກົດ ໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ ແລະ ວຽກງານປັບປຸງ ຄຸນນະພາບການກວດສອບໃນຄັ້ງນີ້ ແມ່ນສະໜັບສະໜູນໂດຍ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA).
ຮູບພາບ ແລະ ຂ່າວໂດຍ: ອົງການກວດສອບແຫ່ງລັດ.