ສາມແຂວງ ຮ່ວມກັນທາບທາມຮ່າງກົດໝາຍອົງການກວດສອບແຫ່ງລັດ.

        ໃນວັນທີ 30 ມິຖຸນາ ນີ້ ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ ປີ 2016 ໂດຍການເປັນປະທານກອງປະຊຸມຮ່ວມ ຂອງ ທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ຜູ້ຊີ້ນໍາຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ, ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ. ມີຕາງໜ້າຫ້ອງວ່າການ ສໍານັກງານປະທານປະເທດ, ສະພາແຫ່ງຊາດ,ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ ແລະ ອົງການກວດສອບປະຈຳພາກເໜືອ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງຂອງສາມແຂວງຄື: ແຂວງຫຼວງພະບາງ, ໄຊຍະບູລີ ແລະ ແຂວງຊຽງຂວາງ ເຂົ້າຮ່ວມທັງໝົດ 66 ທ່ານ.

        ໂດຍປະຕິບັດຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025) ສະບັບເລກທີ 19/ສພຊ, ລົງວັນທີ 26 ມີນາ 2021 ແລະ ແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2022 ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 02/ຄປຈ, ລົງວັນທີ 7 ກຸມພາ 2022. ການຈັດກອງປະຊຸມຄັ້ງນີ້ ເພື່ອທາບທາມຄໍາເຫັນຕໍ່ກັບການປັບປຸງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ສະບັບເລກທີ 09/ສພຊ, ລົງວັນທີ 11 ພະຈິກ 2016 ຊຶ່ງປະກອບມີ 10 ພາກ, 7 ໝວດ ແລະ 75 ມາດຕາ.
        ຜ່ານການຄົ້ນຄວ້າ ແລະ ຈັດກອງປະຊຸມວິຊາການ ແລກປ່ຽນຄຳຄິດຄຳເຫັນ ພາຍໃນຄະນະຮັບຜິດຊອບ ຈຶ່ງໄດ້ເຫັນດີເປັນເອກະພາບປັບປຸງ, ຕັດອອກພາກ, ໝວດ ແລະ ບາງມາດຕາ ທີ່ເຫັນວ່າບໍ່ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງ ແລະ ມີເນື້ອໃນຍັງບໍ່ທັນຈະແຈ້ງ ຊຶ່ງໄດ້ຕັດອອກທັງໝົດ 2 ພາກ, 1 ໝວດ ແລະ 9 ມາດຕາ, ສ່ວນເນື້ອໃນທີ່ເຫັນວ່າຍັງມີຄວາມສອດຄ່ອງ ແລະ ບໍ່ມີຜົນກະທົບ ແມ່ນຍັງຮັກສາໄວ້ຄືເກົ່າ, ໂດຍໂຄງປະກອບ ແລະ ເນື້ອໃນ ຂອງຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງໃໝ່ນີ້ ປະກອບມີ 11 ພາກ, 12 ໝວດ ແລະ 83 ມາດຕາ ກໍຄື ເພີ່ມໃໝ່ 3 ພາກ, 8 ໝວດ, 13 ມາດຕາ ແລະ ປັບປຸງທັງໝົດ 2 ພາກ, 4 ໝວດ ແລະ 49 ມາດຕາ ຊຶ່ງເຫດຜົນໃນການປັບປຸງ, ເພີ່ມໃໝ່ ແລະ ຕັດອອກ ຂອງບາງພາກ, ໝວດ ແລະ ມາດຕາ ຂອງກົດໝາຍສະບັບນີ້ ເພື່ອແນໃສ່ເຮັດໃຫ້ເນື້ອໃນກົດໝາຍ ມີຄວາມຄົບຖ້ວນ, ສົມບູນ, ຮັດກຸມ, ມີຄວາມຮັບປະກັນ, ມີຄຸນນະພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ມີປະສິດທິຜົນສູງ.

ຮູບພາບ ແລະ ຂ່າວໂດຍ: ເພັດສາຄອນ ສິມມະວົງ