ບໍລິສັດ ລາວພັດທະນາມິດ ຟາມາກຣຸບ ຈຳກັດ (Laos Alliance Pharmaceutical Group) ໄດ້ນຳເອົາຢາໂມນູວີເວຍ (MONUPIVIR) ຊຶ່ງເປັນຢາປິ່ນປົວພະຍາດໂຄວິດ-19 ໄປມອບໃຫ້ອົງການກວດສອບແຫ່ງລັດ.
ພິທີມອບ-ຮັບຢາດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 24 ພຶດສະພາ 2022 ທີ່ອົງການກວດສອບແຫ່ງລັດ ກ່າວມອບໂດຍແມ່ນ ທ່ານ ເຈມ ບິວມອນ (James Beaumont) ຜູ້ຈັດການຝ່າຍຂາຍ (Sales manager) ຕາງໜ້າ ບໍລິສັດ ລາວພັດທະນາມິດ ຟາມາກຣຸບ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ໂພສີ ຈັນມິ່ງ ຮັກສາການຫົວໜ້າຫ້ອງການ ອົງການກວດສອບແຫ່ງລັດ ໂດຍມີພະນັກງານທັງສອງຝ່າຍເຂົ້າຮ່ວມນຳ. ຢາທີ່ໄດ້ນຳມາມອບໃນຄັ້ງນີ້ ມີຢາໂມນູພີເວຍ (MONUPIVIR) ຈຳນວນ 100 ກ່ອງ ຊຶ່ງລວມ ເປັນມູນຄ່າ 40.000.000 ກີບ, ຢາດັ່ງກ່າວ ຈະນຳໃຊ້ເຂົ້າໃນການປິ່ນປົວພະຍາດໂຄວິດ-19.
ໃນໂອກາດດັ່ງກ່າວ ທ່ານ ໂພສີ ຈັນມິ່ງ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດ ລາວພັດທະນາມິດ ຟາມາກຣຸບ ຈຳກັດ ທີ່ໄດ້ນຳເອົາຢາປິ່ນປົວດັ່ງກ່າວມາມອບໃຫ້ ຄັ້ງນີ້ ຊຶ່ງສະແດງໃຫ້ເຫັນຄວາມເປັນຫ່ວງເປັນໃຍ ຕໍ່ພະນັກງານອົງການກວດສອບແຫ່ງລັດ ແລະ ເພື່ອຈາລຶກຄວາມຮູ້ບຸນຄຸນ ແລະ ຢັ້ງຢືນເຖິງຄຸນງາມຄວາມດີ ກໍໄດ້ມອບໃບກຽດຕິຄຸນ ຂອງອົງການກວດສອບແຫ່ງລັດ ໃຫ້ບໍລິສັດ ລາວພັດທະນາມິດ ຟາມາກຣຸບ ຈຳກັດ (Laos Alliance Pharmaceutical Group).
ຮູບພາບ ແລະ ຂ່າວໂດຍ: ອົງການກວດສອບແຫ່ງລັດ