ກອງປະຊຸມແລກປ່ຽນຄຳເຫັນ ກ່ຽວກັບການແກ້ໄຂຜົນການກວດສອບ ສຳລັບ 4 ແຂວງພາກໃຕ້ ໄດ້ຈັດຂຶ້ນໃນວັນທີ 25 ເມສາ ນີ້ ທີ່ແຂວງຈຳປາສັກ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຕົ້ນຕໍຂອງກອງປະຊຸມແມ່ນເພື່ອປຶກສາຫາລື, ແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການແກ້ໄຂຜົນການກວດສອບ ໂດຍເນື້ອໃນຕົ້ນຕໍໃນການປຶກສາຫາລືຄັ້ງນີ້ ແມ່ນການຕີລາຄາສະພາບກ່ຽວກັບການແກ້ໄຂຜົນການກວດສອບໃນໄລຍະຜ່ານມາ ໂດຍເນັ້ນໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງວຽກງານກວດສອບ, ເປົ້າໝາຍຂອງການກວດສອບ, ຂັ້ນຕອນ ແລະ ວິທີການ ການດຳເນີນການແກ້ໄຂຜົນການກວດສອບ, ສະພາບການແກ້ໄຂຜົນການກວດສອບ ຊຶ່ງໄດ້ວິເຄາະບັນຫາ ແລະ ສາເຫດຂອງບັນຫາ, ພ້ອມທັງຍົກໃຫ້ເຫັນເຖິງຄວາມຈຳເປັນໃນການປັບປຸງການແກ້ໄຂຜົນການກວດສອບ.
ກອງປະຊຸມ ສະເໜີແນວຄິດເພື່ອປັບປຸງແກ້ໄຂຜົນການກວດສອບ ໂດຍເນັ້ນໃສ່ການໃຫ້ຄວາມສຳຄັນແກ່ການແກ້ໄຂຜົນການກວດສອບ; ການປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ກ່ຽວກັບການແກ້ໄຂຜົນການກວດສອບ; ການປັບປຸງຄຸນນະພາບຂອງບົດສະຫຼຸບ (ບົດແຈ້ງ) ຜົນການກວດສອບ; ການປັບປຸງກົນໄກການປະສານງານ, ປະສານສົມທົບ, ຕິດຕາມ-ຊຸກຍູ້ ແລະ ກວດຄືນການແກ້ໄຂຜົນການກວດສອບ ແລະ ການປະຕິບັດນະໂຍບາຍຕໍ່ການແກ້ໄຂທີ່ມີປະສິດທິຜົນ ແລະ ມາດຕະການຕໍ່ການເມີນເສີຍໃນການແກ້ໄຂຜົນການກວດສອບ. ບັນດາຄະນະນຳຈາກ 4 ແຂວງພາກໃຕ້ (ແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕາປື) ທີ່ເຂົ້າຮ່ວມກອງຊຸມ ໄດ້ປະກອບຄຳຄິດເຫັນ, ປຶກສາຫາລືແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບການປັບປຸງແກ້ໄຂຜົນການກວດສອບໃນໄລຍະຜ່ານມາ ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສະເໜີວິທີການແກ້ໄຂຜົນການກວດສອບ ຢ່າງເປັນລະບົບ ແລະ ແກ້ໄຂໄດ້ຢ່າງຂາດຕົວ.
ທ່ານ ມະໄລທອງ ກົມມະສິດ ແລະ ທ່ານ ວິໄລວົງ ບຸດດາຄຳ ໄດ້ໃຫ້ຄໍາເຫັນຕໍ່ກອງປະຊຸມ ແລະ ສະເໜີໃຫ້ ເປົ້າໝາຍຖືກກວດສອບ ຕ້ອງເອົາໃຈໃສ່ເປັນເຈົ້າການໃນການແກ້ໄຂຜົນການກວດສອບ ຕາມມະຕິຂອງສະພາແຫ່ງຊາດ ແລະ ມາດຕະການແນະນຳປັບປຸງແກ້ໄຂ ຂອງອົງການກວດສອບແຫ່ງລັດ ຢ່າງເຂັ້ມງວດ. ປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມທີ່ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ໄດ້ຕັ້ງໄວ້.
ຮູບພາບ ແລະ ຂ່າວໂດຍ: ອົງການກວດສອບແຫ່ງລັດ