ກອງປະຊຸມວິຊາການລະຫວ່າງກະຊວງ ການເງິນ ແລະ ອົງການກວດສອບແຫ່ງລັດ.

        ໃນວັນທີ 3 ມິຖຸນາ 2022 ນີ້, ທີ່ຫ້ອງປະຊຸມກົມສ່ວຍສາອາກອນ ກະຊວງການເງິນ, ໄດ້ມີກອງປະຊຸມວິຊາການລະຫວ່າງກະຊວງການເງິນ ແລະ ອົງການກວດສອບແຫ່ງລັດ, ໂດຍການເປັນປະທານຂອງທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຕ໋ອຍ ພັນທິລາດ ຮອງປະທານອົງການກວດສອບ, ມີຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງຫົວໜ້າກົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

        ກອງປະຊຸມດັ່ງກ່າວເພື່ອເປັນການປຶກສາຫາລືວຽກງານລະຫວ່າງກະຊວງການເງິນ ແລະ ອົງການກວດສອບແຫ່ງລັດ, ພ້ອມນັ້ນ ທ່ານ ອຸບັນ ສຸພິດາ ຫົວໜ້າກົມກວດກາ ກະຊວງການເງິນ ໄດ້ລາຍງານໂດຍສັງເຂບກ່ຽວກັບຮ່າງ ບົດລາຍງານຜົນການດຳເນີນການກວດສອບຄືນການແກ້ໄຂຜົນການກວດສອບ 7 ກົມອ້ອມຂ້າງກະຊວງການເງິນ ນັບແຕ່ສົກປີ 2010-2020, ອີງຕາມກອງປະຊຸມຄັ້ງວັນທີ 26 ພຶດສະພາ 2022 ໄດ້ແຕ່ງຕັ້ງຄະນະລົງຊຸກຍູ້ຕິດຕາມຜົນການການແກ້ໄຂຜົນການກວດສອບຂອງ 7 ກົມອ້ອມຂ້າງກະຊວງການເງິນປະກອບມີ: ກົມພາສີ, ກົມສ່ວຍສາອາກອນ, ຄັງເງິນແຫ່ງຊາດ, ກົມງົບປະມານແຫ່ງລັດ, ກົມຄຸ້ມຄອງຊັບສິນແຫ່ງລັດ, ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ, ກົມຄຸ້ມຄອງໜີ້ສິນສາທາລະນະແຕ່ສົກປີ 2013-2014 ຫາ ປີ 2020, ລວມທັງໝົດ 88 ບັນຫາ, ແກ້ໄຂຂາດຕົວ 12 ບັນຫາ, ແກ້ໄຂບໍ່ທັນຂາດຕົວ 49 ບັນຫາ, ຍັງບໍ່ທັນໄດ້ຮັບການແກ້ໄຂ 19 ບັນຫາ ແລະ ມອບໃຫ້ກົມກ່ຽວຂ້ອງຕາມພາລະບົດບາດ 8 ບັນຫາ.

        ຜ່ານການຕີລາຄາຄືນຍ້ອນໄດ້ຮັບການຊີ້ນຳ-ນຳພາຈາກທັງສອງພາກສ່ວນ ກໍຄືຄະນະນຳກະຊວງການເງິນ ແລະ ຄະນະນຳອົງການກວດສອບແຫ່ງລັດ, ຈຶ່ງເຮັດໃຫ້ການລົງເຄື່ອນໄຫວຊຸກຍູ້ຕິດຕາມການແກ້ໄຂຜົນກວດສອບຂອງ 7 ກົມອ້ອມຂ້າງກະຊວງການເງິນສຳເລັດຕາມຄາດໝາຍ, ຄະນະປະສານງານຂອງບັນດາກົມກ່ຽວຂ້ອງໄດ້ເຮັດວຽກຮ່ວມ ແລະ ສະໜອງຂໍ້ມູນໃຫ້ຄະນະແກ້ໄຂຜົນການກວດສອບພ້ອມທັງເອົາໃຈໃສ່ແຈ້ງຕໍຄຳຖາມເຈາະຈິ້ມ ແລະ ອຳນວຍຄວາມສະດວກໃນການລົງເຮັດວຽກແກ້ໄຂຜົນການກວດສອບເປັນຢ່າງດີ.

ຮູບພາບ ແລະ ຂ່າວໂດຍ: ກະຊວງການເງິນ