ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກອົງການກວດສອບແຫ່ງລັດ ໄດ້ເປີດຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 26 ພະຈິກ ທີ່ສູນການຮ່ວມມື ແລະ ການຝຶກອົບຮົມສາກົນ ICTC ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດການນໍາພາຂອງຄະນະພັກ, ຄວາມເປັນແບບຢ່າງນໍາໜ້າຂອງສະມາ ຊິກພັກ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ, ວຽກງານຍົກສູງຄຸນນະພາບຂອງການກວດສອບ ແລະ ວຽກງານປະສານສົມທົບແກ້ໄຂຜົນການກວດສອບ”. ໂດຍການເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານອົງການກວດສອບແຫ່ງລັດ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ແຂກຖືກເຊີນຈາກບັນດາກະຊວງ-ອົງການຈຳນວນໜຶ່ງ, ບັນດາສະຫາຍສະມາຊິກພັກອາວຸໂສ-ບຳນານ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກ ຈຳນວນ 148 ສະຫາຍ ຍິງ 55 ສະຫາຍ ເຂົ້າຮ່ວມ.
ສະຫາຍ ມະໄລທອງ ກົມມະສິດ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ຜ່ານບົດລາຍການເມືອງ ໃນການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງອົງຄະນະພັກອົງການກວດສອບແຫ່ງລັດ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີຜ່ານມາ (2016-2020), ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ດ້ານການເມືອງ-ແນວຄິດ. ຄະນະພັກ-ຄະນະນຳອົງການກວດສອບແຫ່ງລັດ ໄດ້ເດັດດ່ຽວ ແລະ ເຊີດຊູຄວາມຮັບຜິດຊອບໃນການນຳເອົາແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ຂອງກົມການເມືອງສູນກາງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ອົງການກວດສອບແຫ່ງລັດ ມາຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ວຽກງານກວດສອບແຫ່ງລັດ ໄດ້ຮັບການພັດທະນາຢ່າງຕັ້ງໜ້າ; ດ້ານວຽກງານວິຊາສະເພາະ ເຄື່ອນໄຫວດຳເນີນກວດສອບ ໄດ້ ຈຳນວນ 557 ເທື່ອເປົ້າໝາຍ, ເທົ່າກັບ 104% ຂອງແຜນການ, ສາມາດກວດສອບເຫັນລາຍຮັບເພີ່ມ 2.513,78 ຕື້ກີບ, ຈ່າຍເພີ່ມ 2.021,50 ຕຶື້ກີບ. ຜົນການກວດສອບ ໄດ້ປະກອບສ່ວນສຳຄັນ ໃຫ້ແກ່ການຄຸ້ມຄອງ, ນໍາໃຊ້ງົບປະມານ ແລະ ຊັບສິນຂອງລັດ ໃຫ້ໄປຕາມກົດໝາຍ ແລະ ລະບຽບການ, ເຮັດໃຫ້ບັນດາຫົວໜ່ວຍງົບປະມານ ມີສະຕິ ແລະ ເຂັ້ມງວດ ປະຕິບັດວິໄນແຜນການ-ການເງິນ ຂຶ້ນກວ່າເກົ່າ.
ກອງປະຊຸມໃຫຍ່ໃນຄັ້ງນີ້ ຍັງໄດ້ກຳນົດທິດທາງແຜນ ໃນ 5 ປີ ຕໍ່ໜ້າ (2021-2025) ຊຶ່ງປະກອບມີ 6 ຄາດໝາຍ ແລະ 8 ວຽກງານຈຸດສຸມ ເພື່ອພັດທະນາວຽກງານກວດສອບແຫ່ງລັດຢ່າງຮອບດ້ານ ໂດຍຈະຍົກສູງປະສິດທິຜົນ ໃນການບຳລຸງກໍ່ສ້າງ, ຍົກລະດັບ ພະນັກງານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງດ້ານວິຊາສະເພາະ; ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມກະທັດຮັດ ແລະ ສົມເຫດສົມຜົນ; ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳລຸ່ມກົດໝາຍ ໃນຂົງເຂດວຽກງານກວດສອບ ໃຫ້ມີຄວາມຄົບຖ້ວນ ແລະ ຊັດເຈນ; ຈັດຕັ້ງປະຕິບັດກົນໄກປະສານງານ ກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອຊຸກຍູ້ການແກ້ໄຂຜົນການກວດສອບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ປັບປຸງຄຸນນະພາບການກວດສອບ ຈາກການກວດສອບເອກະສານລາຍງານການເງິນ, ກວດສອບຄວາມສອດຄ່ອງຕາມກົດໝາຍ ໄປສູ່ການກວດສອບຜົນຂອງການຈັດຕັ້ງປະຕິບັດ.
ກອງປະຊຸມ ໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ສະໄໝທີ II ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້; ຊຶ່ງມີຜູ້ຮັບສະໝັກເລືອກຕັ້ງ ຈຳນວນ 15 ສະຫາຍ ຍິງ 2 ສະຫາຍ ແລະ ເລືອກເອົາ 11 ສະຫາຍ ຍິງ 1 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກຊຸດໃໝ່ ໄດ້ເປັນເອກກະສັນເລືອກເອົາ ສະຫາຍ ມະໄລທອງ ກົມມະສິດ ເປັນເລຂາຄະນະພັກ, ສະຫາຍ ເຄນ ລໍວັນໄຊ ເປັນຮອງເລຂາຄະນະພັກ ທັງເປັນປະທານກວດກາພັກ, ສະຫາຍ ນາງ ສີຕານ ໄຊຍະວົງເພັດ ແລະ ສະຫາຍ ຄໍາຕານ ແສນນະຄໍາ ເປັນຮອງປະທານກວດກາພັກ.
ໃນໂອກາດດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ ໄດ້ເນັ້ນຫຼາຍບັນຫາໃຫ້ຄະນະພັກອົງການກວດສອບຊຸດໃໝ່ ເອົາໃຈໃສ່ ເປັນຕົ້ນ 1) ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານເປັນກົກ, ໃຫ້ທຸກຄົນຕື່ນຕົວເປັນເຈົ້າການຝຶກຝົນຕົນເອງທຸກດ້ານ ເປັນຕົ້ນ ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ເພື່ອປະກອບສ່ວນເຂົ້າໃນການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ, 2) ເພີ່ມທະວີການນຳພາຂອງຄະນະພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານພະນັກງານຕາມມະຕິເລກທີ 04 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI. ຜົນສໍາເລັດຂອງວຽກງານດັ່ງກ່າວ ຈະເປັນສິ່ງຕັດສິນຜົນສໍາເລັດຂອງວຽກງານແຕ່ລະດ້ານ ຂອງຄະນະພັກ, ໃຫ້ຖືເອົາການປັບປຸງ ແລະ ຍົກລະດັບສະຖາບັນຝຶກອົບຮົມເປັນວຽກງານພື້ນຖານໃນການສ້າງຄວາມເຂັ້ມແຂງທາງດ້ານຊັບພະຍາກອນມະນຸດໃຫ້ແກ່ຂະແໜງກວດສອບ, 3) ເພີ່ມທະວີວຽກງານກໍ່ສ້າງ, ປັບປຸງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ບັນຫາສໍາຄັນແມ່ນຕ້ອງເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະບໍລິຫານງານພັກຊຸດໃໝ່ ເປັນໃຈກາງນໍາພາເຕົ້າໂຮມຄວາມສາມັກຄີທົ່ວອົງຄະນະພັກ ກໍຄືທົ່ວຂະແໜງກວດສອບ, ປັບປຸງແບບແຜນນໍາພາວິທີເຮັດວຽກຂອງຄະນະພັກ ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ຄົ້ນຄວ້າ ຕົກລົງບັນຫາສໍາຄັນຕ່າງໆເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ ເສີມຂະຫຍາຍປະຊາທິປະໄຕ ແລະ ຫົວຄິດປະດິດສ້າງໃນໝູ່ຄະນະ, ນຳພາຊີ້ນຳແທດເຖິງກັບຕົວຈິງ, ຕ້ານ ແລະ ແກ້ໄຂປະກົດການອາດຍາສິດ, ເອກະຊົນ, ປະຕິບັດລະບອບປະຊຸມ, ມີການຕິຊົມຕົນເອງ ແລະ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນເປັນປົກະຕິ, 4) ສືບຕໍ່ເອົາໃຈໃສ່ສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໃຫ້ເປັນລະບົບຄົບຖ້ວນ ເພື່ອເປັນບ່ອນອີງ ແລະ ເຄື່ອງມືໃຫ້ແກ່ການປະຕິບັດພາລະບັດບາດ ແລະ ໜ້າທີ່ຂອງອົງການກວດສອບແຫ່ງລັດ; 5) ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ສົມເຫດສົມຜົນ, ໂປ່ງໃສ, ເຂັ້ມແຂງ ຕິດພັນກັບການນໍາພາ-ຊີ້ນໍາປັບປຸງ ແລະ ຍົກລະດັບການເຄື່ອນໄຫວວຽກງານກວດສອບໃຫ້ມີຄຸນະພາບສູງກວ່າເກົ່າ ໂດຍສະເພາະການຄົ້ນຄວ້າ ແລະ ສ້າງແຜນການກວດສອບ ແລະ ດໍາເນີນການກວດສອບຢ່າງທ່ຽງທໍາ, ໂປ່ງໃສ, 6) ເອົາໃຈໃສ່ນໍາພາເຄື່ອນໄຫວວຽກງານກວດສອບ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ສະເພາະໜ້ານີ້ ອົງການກວດສອບແຫ່ງລັດຕ້ອງປະກອບສ່ວນຢ່າງແຂງແຮງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສກຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, 7) ເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງໂດຍສະເພາະ.
ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດຊຸດໃໝ່ ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍ ສະຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະບໍລິຫານງານພັກອົງການກວດສອບແຫ່ງລັດ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກອົງການກວດສອບແຫ່ງລັດ ໃນນັ້ນ ສະຫາຍ ໄດ້ເນັ້ນໃຫ້ຄະນະບໍລິຫານງານພັກອົງການກວດສອບແຫ່ງລັດຊຸດໃໝ່ ເອົາໃຈໃສ່ນຳພາທາງດ້ານການເມືອງ-ແນວຄິດ ຕິດພັນການການນໍາພາວຽກງານວິຊາສະເພາະ ແລະ ການບຳລຸງກໍ່ສ້າງ, ບຳລຸງຍົກລະດັບທາງດ້ານວິຊາການ ໃຫ້ພະນັກງານ-ນັກກວດສອບ, ຍົກສູງຄຸນນະພາບວຽການກວດສອບ; ເອົາໃຈໃສ່ກໍ່ສ້າງພັກ, ປັບປຸງແບບແຜນການນຳພາຂອງຄະນະພັກແຕ່ລະຂັ້ນ, ສ້າງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ນຳພາ-ຊີ້ນຳ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ເປັນແຜນງານ, ໂຄງການ ແລະ ແຜນການນຳພາ, ແຜນການປະຕິບັດງານຢ່າງລະອຽດ ພ້ອມທັງ ເຜີຍແຜ່ໃຫ້ຄະນະພັກ ແລະ ສະມາຊິກ ແຕ່ລະຂັ້ນ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ.
ຮູບພາບ ແລະ ຂ່າວໂດຍ: ສໍານານ