ລົງນາມບົດບັນທຶກການປະສານງານ ລະຫວ່າງ ອກສລ ແລະ ອອປສ.

         ພິທີລົງນາມບົດບັນທຶກການປະສານງານຮ່ວມກັນລະຫວ່າງອົງການກວດສອບແຫ່ງລັດ (ອກສລ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດຂຶ້ນໃນວັນທີ 20 ກໍລະກົດຜ່ານ ມານີ້ ທີ່ອົງການກວດສອບແຫ່ງລັດ ຮ່ວມລົງນາມລະຫວ່າງ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ມີຄະນະນໍາ, ບັນດາທ່ານຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງ ທັງສອງອົງການເຂົ້າຮ່ວມ.

        ຈຸດປະສົງໃນການເຊັນບົດບັນທຶກຄັ້ງນີ້ເພື່ອຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍການກວດສອບ ແຫ່ງລັດ ສະບັບເລກທີ 09/ສພຊ, ລົງວັນທີ 11 ພະຈິກ 2016, ມະຕິກອງປະຊຸມຂອງສະພາແຫ່ງຊາດ ສະບັບເລກທີ 21/ສພຊ, ລົງວັນທີ 18/11/2019, ມາດຕາ 4, ຂໍ້ 1.4 ມອບໃຫ້ອົງການກວດສອບແຫ່ງລັດ ຄົ້ນຄວ້າສ້າງບົດບັນທຶກການປະສານງານ ກັບ ອົງການໄອຍະການ ແລະ ສານປະຊາຊົນ ເພື່ອເຮັດ ໃຫ້ການຈັດຕັ້ງແກ້ໄຂການລະເມີດກົດໝາຍຂອງເປົ້າໝາຍຖືກກວດສອບ ໄດ້ຮັບການແກ້ໄຂ ຢ່າງທັນການ ແລະ ເຂັ້ມງວດ ທີ່ກຳນົດໃນມາດຕາ 19 ຂອງກົດໝາຍວ່າດ້ວຍການກວດສອບ ແຫ່ງລັດ ແລະ ແຈ້ງການ ຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 87/ຄລສ. ກຜງສ, ລົງວັນທີ 4/3/2020 ກ່ຽວກັບການຈັດຕັ້ງປະຕິບັດ ມາດຕາ 19 ຂອງກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ໃນການສົ່ງສໍານວນເອກະສານ, ຫຼັກຖານຜົນການກວດສອບເພື່ອໃຫ້ອົງ ການທີ່ມີສິດອໍານາດດໍາເນີນຄະດີຕາມຂະບວນຍຸຕິທຳ ຂອງ ສປປ ລາວ.

         ທັງສອງອົງການຈຶ່ງໄດ້ປະສານສົມທົບ ຄົ້ນຄວ້າສ້າງບົດບັນທຶກການປະສານງານຮ່ວມກັນ ຊຶ່ງປະກອບ ມີ 3 ໝວດ ແລະ 9 ມາດຕາ ໂດຍໄດ້ກໍານົດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ອອກເປັນ ໜ້າວຽກອັນລະອຽດເພື່ອປະກອບສ່ວນໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ການນໍາໃຊ້ງົບປະມານ ແລະ ຊັບສິນຂອງລັດ ໃຫ້ມີຄວາມໂປ່ງໃສ, ເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ, ປະຢັດ ແລະ ປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂການລະເມີດກົດໝາຍຕາມຂະບວນການຍຸຕິທໍາ.

ຮູບພາບ ແລະ ຂ່າວໂດຍ: ຈະເລີນສິນ