ໃນວັນທີ 20 ກໍລະກົດນີ້ ທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເປີດບັ້ນກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020, ເປັນກຽດເຂົ້າຮ່ວມມີ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ, ມີຫົວໜ້າ, ຮອງຫົວໜ້າກົມກວດສອບແຫ່ງລັດ, ອົງການກວດສອບພາກເໜືອ, ມີພະແນກການ, ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນກອງປະຊຸມຕາງໜ້າໃຫ້ກົມກວດສອບ ແລະ ແຂວງໄຊຍະບູລີ ຂຶ້ນຜ່ານຂໍ້ຕົກລົງຂອງທ່ານປະທານກວດສອບແຫ່ງລັດ ວ່າດ້ວຍການແຕ່ງຕັ້ງຜູ້ຊີ້ນໍາ ແລະ ຄະນະກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການແຕ່ງຕັ້ງຜູ້ຊີ້ນໍາ ແລະ ຄະນະຮັບຜິດຊອບຮ່ວມເຮັດວຽກກັບຄະນະກວດສອບແຫ່ງລັດ ໂດຍໄດ້ແຕ່ງຕັ້ງ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ເປັນຫົວໜ້າ ພ້ອມຄະນະອີກ 24 ທ່ານ, ການກວດສອບຄັ້ງນີ້ແມ່ນເລີ່ມປະຕິບັດນັບແຕ່ວັນທີ 20 ກໍລະກົດ ເປັນຕົ້ນໄປ ກໍານົດ 10 ວັນ ໂດຍຈະໄດ້ແບ່ງໜ້າທີ່ວຽກງານພາຍໃນຄະນະຮັບຜິດຊອບດໍາເນີນການຕາມແຜນກວດສອບຄື: ກວດສອບຄືນຕາມມະຕິກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ I, ກວດຄືນຜົນການຈັດຕັ້ງປະຕິບັດຄໍາແນະນໍາກວດສອບປີຜ່ານມາ, ກວດສອບການຄຸ້ມຄອງເກັບລາຍຮັບຊັບສິນຂອງລັດ, ກວດສອບການຄຸ້ມຄອງລາຍຮັບ-ລາຍຈ່າຍວິຊາການ, ໜີ້ຕ້ອງຮັບ-ໜີ້ຕ້ອງສົ່ງ, ກວດສອບການຈັດສັນໂຄງການເຂົ້າແຜນລົງທຶນຂອງລັດ, ກວດສອບການຄຸ້ມຄອງຈັດເກັບລາຍຮັບຈາກຄ່າເຊົ່າສໍາປະທານ, ລາຍຮັບສ່ວຍສາອາກອນ, ລາຍຮັບຈາກພາສີທີ່ດິນ ແລະ ລາຍຮັບຄ່າທໍານຽມ-ຄ່າບໍລິການຂອງບັນດາພະແນກການ, ກວດສອບການຄຸ້ມຄອງການນໍາໃຊ້ຊັບສິນ, ເງິນສົດ, ເງິນຝາກທະນາຄານ ແລະ ກວດສອບເອກະສານອື່ນໆໃຫ້ສອດຄ່ອງຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້.
ໂອກາດເປີດບັ້ນກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແຂວງໄຊຍະບູລີຄັ້ງນີ້ ອົງການກວດສອບປະຈໍາພາກເໜືອກໍໄດ້ມອບເງິນ ຈໍານວນ 1 ລ້ານກີບເພື່ອປະກອບສ່ວນຊ່ວຍເຫຼືອໄພນໍ້າຖ້ວມ ແຂວງໄຊຍະບູລີ ກ່າວມອບໂດຍແມ່ນ ທ່ານ ສົມເພັດ ພົງດາລາ ຫົວໜ້າຄະນະກວດສອບປະຈໍາພາກເໜືອ ແລະ ຮັບໂດຍ ທ່ານ ວັນດາວ ແວດທະນັດສີ ຫົວໜ້າພະແນກການເງິນແຂວງໄຊຍະບູລີ.
ຮູບພາບ ແລະ ຂ່າວໂດຍ: ອຸ່ນເຮືອນ ໂພທິລັກ