ອົງການກວດສອບແຫ່ງລັດ ສສ ຫວຽດນາມເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ອົງການກວດສອບແຫ່ງລັດ ສປປ ລາວ

        ໃນລະຫວ່າງວັນທີ 24 ພະຈິກ 2022 ທີ່ ອົງການກວດສອບແຫ່ງລັດ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງອົງການກວດສອບແຫ່ງລັດ ສສ ຫວຽດນາມ ນຳຄະນະໂດຍ ສະຫາຍ ໂງ ວັນ ຕັວນ ກຳມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນໂອກາດເດີນທາງມາ ເຄື່ອນໄຫວຢ້ຽມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-25 ພະຈິກ 2022.

        ທັງສອງປະທານອົງການກວດສອບແຫ່ງລັດ ສປປ ລາວ ແລະ ສສ ຫວຽດນາມ ໄດ້ເປັນປະທານຮ່ວມໃນກອງປະຊຸມພົບປະສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງລັດ ສສ ຫວຽດນາມ ເຊິ່ງມີທ່ານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານຮອງປະທານອົງການກວດສອບແຫ່ງລັດ ສປປ ລາວ ແລະ ຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມພົບປະສອງຝ່າຍ ໄດ້ຈັດຂຶ້ນທ່າມກາງທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພວມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ກໍ່ຄື: ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ໂດຍກອງປະຊຸມ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ, ຄວາມຈິງໃຈ ແລະ ຄວາມຮັບຜິດຊອບສູງ ທັງສະເເດງໃຫ້ເຫັນເຖິງຄວາມມຸ່ງຫວັງຂອງທັງສອງຝ່າຍ ທີ່ຈະເສີມຂະຫຍາຍສາຍພົວພັນຮ່ວມມືແບບພິເສດ ແລະ ຮອບດ້ານ ທີ່ເປັນມູນເຊື້ອ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ ກໍ່ຄືການຮ່ວມມືຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ.

        ໃນກອງປະຊຸມພົບປະສອງຝ່າຍຄັ້ງນີ້ ທັງສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບ ພ້ອມທັງທົບທວນຜົນສໍາເລັດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງໄດ້ແນ່ໃສ່ ສືບຕໍ່ແລກປ່ຽນການຢ້ຽມຢາມພົບປະສອງຝ່າຍໃນລະດັບການນໍາຂັ້ນສູງ ຢ່າງເປັນປົກກະຕິ; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ເປັນຕົ້ນ ດ້ານພື້ນຖານໂຄງລ່າງ, ອຸປະກອນ, ການສ້າງຫຼັກສູດ, ປຶ້ມຕໍາລາການຮຽນ-ການສອນ ແລະ ການສ້າງພະນັກງານໃຫ້ເປັນຄູຝຶກ; ສືບຕໍ່ສ້າງນັກກວດສອບຂອງອົງການກວດສອບແຫ່ງລັດ ສປປ ລາວ ດ້ວຍຮູບແບບ ລົງເລິກກວດສອບຕົວຈິງ ຮ່ວມກັບ ພະນັກງານກວດສອບຂອງອົງການກວດສອບແຫ່ງລັດ ສສ ຫວຽດນາມ ທີ່ຕິດພັນກັບການກວດສອບຜົນການຈັດຕັ້ງປະຕິບັດ ບັນດາໂຄງການລົງທຶນຂອງລັດ.

        ພາຍຫຼັງສໍາເລັດກອງປະຊຸມ, ສອງຝ່າຍໄດ້ມີພິທີເຊັນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືໃນຂະແໜງການກວດສອບແຫ່ງລັດ ພ້ອມດຽວກັນ ກໍ່ໄດ້ມີການເຊັນບົດບັນທຶກການສະໜັບສະໜູນໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ (E-Office) ໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ.

        ຕໍ່ມາ, ຄະນະຜູ້ແທນຂັ້ນສູງອົງການກວດສອບແຫ່ງລັດ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊື່ງໄດ້ລາຍງານໝາກຜົນຂອງການຮ່ວມມືສອງຝ່າຍ ລະຫວ່າງ ສອງອົງການກວດສອບແຫ່ງລັດ ສປປ ລາວ ແລະ ສສ ຫວຽດນາມ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ຊື່ງ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ສອງອົງການກວດສອບແຫ່ງລັດ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນໍາສືບຕໍ່ເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ.

        ພາຍຫຼັງຈາກນັ້ນ, ຄະນະຜູ້ແທນຂັ້ນສູງອົງການກວດສອບແຫ່ງລັດ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນ. ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ຊື່ງໄດ້ລາຍງານໝາກຜົນຂອງການຮ່ວມມືສອງຝ່າຍ ລະຫວ່າງ ສອງອົງການກວດສອບແຫ່ງລັດ ສປປ ລາວ ແລະ ສສ ຫວຽດນາມ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ຊື່ງ ທ່ານ ນ. ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ສອງອົງການກວດສອບແຫ່ງລັດ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນໍາສືບຕໍ່ເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ.

        ໂດຍສະເພາະການລົງເລິກຜັນຂະຫຍາຍເນື້ອໃນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ສະບັບໃໝ່ທີ່ໄດ້ລົງນາມກັນ ໃຫ້ມີລັກສະນະເເທດເໝາະກັບສະພາບການພັດທະນາວຽກງານໃນຕົວຈິງ ແລະ ສືບຕໍ່ໃຫ້ການສະໜັບສະໜູນສ້າງເງື່ອນໄຂໃຫ້ແກ່ ສອງອົງການກວດສອບແຫ່ງລັດ ເພີ່ມທະວີເສີມຂະຫຍາຍການພົວພັນຮ່ວມມືໃນວຽກງານກວດສອບແຫ່ງລັດ ໃຫ້ມີຄວາມເຂັ້ມແຂງໃນຕໍ່ໜ້າ. ນອກນັ້ນ, ຄະນະຜູ້ແທນຂັ້ນສູງຂອງອົງການກວດສອບແຫ່ງລັດ ສສ ຫວຽດນາມ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມອົງການກວດສອບປະຈໍາພາກກາງ ແລະ ຢ້ຽມຢາມກິດຈະການທີ່ລັດຖະບານຫວຽດນາມ ໄດ້ລົງທຶນຢູ່ ສປປ ລາວ ຈໍານວນໜຶ່ງ.

ຮູບພາບ ແລະ ຂ່າວໂດຍ: ອົງການກວດສອບແຫ່ງລັດ