
ອົງການກວດສອບແຫ່ງລັດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ໃນວັນທີ 7 ກຸມພາ ນີ້ ທີ່ຫ້ອງປະຊຸມຂອງອົງການດັ່ງກ່າວ.
ໃຫ້ກຽດປາຖະກະຖາ ຂອງທ່ານ ພົທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງ ຊາດ, ໂດຍມີ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ມີບັນດາຄະນະນຳຫ້ອງການ, ບັນດາທ່ານຄະນະກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ແລະ ພ້ອມດ້ວຍສະມາຊິກພັກ-ພະນັກງານອົງການກວດສອບແຫ່ງລັດ ເຂົ້າຮ່ວມຮັບຟັງ.
ໃນພິທີ ທ່ານ ພົທ ແສງນວນ ໄຊຍະລາດ ໄດ້ຫວນຄືນປະຫວັດ ແລະ ວິລະກໍາອັນລໍ້າເລີດຂອງກອງທັບປະຊາຊົນລາວ, ຍົກໃຫ້ເຫັນເຖິງເນື້ອໃນທີ່ສໍາຄັນຂອງການກໍາເນີດ, ການເຕີບໃຫຍ່ ຂອງໄລຍະແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ ທີ່ໄດ້ກຳເນີດມາເປັນເວລາ 74 ປີ ໂດຍໄດ້ຍົກໃຫ້ເຫັນເຖິງເຫດການປະຫວັດສາດທີ່ສໍາຄັນ ພາຍໃຕ້ການນຳພາຂອງປະທານ ໄກສອນ ພົມວິຫານ ຜູ້ນໍາຂັ້ນສູງທີ່ມີຄວາມເສຍສະຫຼະອັນພິລະອາດຫານ ໃນການຕໍ່ສູ້ກອບກູ້ປະເທດຊາດ, ອົດທົນຜ່ານຜ່າອຸປະສັກນາໆປະການ, ເຮັດສໍາເລັດພາລະກິດປະຫວັດສາດທີ່ພັກ ແລະ ປະຊາຊົນໄດ້ມອບໝາຍໃຫ້, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ສາມາດນໍາພາປະເທດຊາດປົດປ່ອຍສູ່ຄວາມເປັນອິດສະຫຼະພາບ ແລະ ວັດທະນະຖາວອນໄດ້ຢ່າງໝັ້ນຄົງທີ່ສຸດ ແລະ ສະຫງ່າຜ່າເຜີຍ.
ມາເຖິງປັດຈຸບັນກອງທັບປະຊາຊົນລາວ ກໍຍັງສືບຕໍ່ເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດນັ້ນໄວ້ ແລະ ລະບອບການປ່ຽນແປງໃໝ່ໄດ້ຢ່າງໝັ້ນຄົງ, ພ້ອມທັງເປັນບາດກ້າວແຫ່ງການຂະຫຍາຍຕົວຂອງການປະຕິວັດ, ກອງທັບປະຕິວັດຂອງປະຊາຊົນລາວບັນດາເຜົ່າ ທີ່ເປັນກຳລັງຫຼັກແຫຼ່ງໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ ຜ່ານມາ 74 ປີ ແຫ່ງການປະຕິວັດຕໍ່ສູ້ປົດປ່ອຍ ແລະ ໄລຍະປະຕິບັດພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ກອງທັບປະຊາຊົນລາວ ແມ່ນສ້າງໄດ້ທາດແທ້, ມູນເຊື້ອອັນດີງາມຂອງຕົນ, ຄວາມຈົງຮັກພັກດີຕໍ່ພັກ, ປະເທດຊາດ, ຕໍ່ປະຊາຊົນ, ມີນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ, ມີຄວາມເສຍສະຫຼະ, ມີໄຫວພິບ ແລະ ຄວາມດຸໝັ່ນຂະຫຍັນພຽນ, ມີຄວາມສາມັກຄີເປັນປຶກແຜ່ນອັນດຽວກັນ, ປະຕິບັດລະບຽບວິໃນຢ່າງເຂັ້ມງວດ, ການສ້າງພາລະກິດກັບທີ່, ເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ດັ່ງນັ້ນ ຜ່ານພຶດຕິກຳຕົວຈິງເຫັນໄດ້ຢ່າງຈະແຈ້ງວ່າກອງທັບປະຊາຊົນແມ່ນມາຈາກປະຊາຊົນໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ພາຍໃຕ້ການນຳພາທີ່ເດັດຂາດ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ. ທັງນີ້ກໍເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ກໍຄືຄົນຮຸ່ນຫຼັງໄດ້ຮັບຮູ້ ແລະ ເອກອ້າງທະນົງຕົວ, ຮູ້ບຸນຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈຮັກຊາດ-ຮັກບ້ານເກີດເມືອງນອນ, ມີນໍ້າໃຈພິລະອາດຫານບໍ່ຍອມຈໍານົນຕໍ່ອຸປະສັກທີ່ຂວາງໜ້າ, ຄວາມມີໄຫວພິບ, ຍຸດທະວິທີທີ່ສະຫຼາດສ່ອງໃສ, ກົນອຸບາຍຕ່າາງໆຂອງພະນັກງານ, ນັກຮົບຮຸ່ນກ່ອນ, ເພື່ອໃຫ້ສະມາຊິກພັກ-ພະນັກງານຄົນຮຸ່ນຫຼັງໄດ້ເປັນພື້ນຖານດ້ານແນວຄິດ, ຈິດໃຈ, ການກະທໍາ, ເສີມຂະຫຍາຍຄວາມມີນໍ້າໃຈຮັກເຊື້ອແພງຊາດຂອງຕົນ, ເອົາໃຈໃສ່ໃນການສຶກສາຄົ້ນຄວ້າຮໍ່າຮຽນ, ເສີມຂະຫຍາຍບົດບາດການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ແນໃສເຮັດໃຫ້ປະເທດຊາດມີຄວາມສີວິໄລ ແລະ ໝັ້ນຄົງຍາວນານໄປຕະຫຼອດການ.

ພາຍຫຼັງສຳເລັດພິທີປາຖະກະຖາແລ້ວ, ຄະນະພັກອົງການກວດສອບແຫ່ງລັດ ກໍຍັງໄດ້ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2022 ໃຫ້ຈຳນວນ 8 ໜ່ວຍພັກ ແລະພ້ອມທັງມອບບັດສະມາຊິກພັກ ຊຸດທີ VIII ໃຫ້ສະມາຊິກພັກສົມບູນ ທີ່ຄົບມາດຖານເງື່ອນໄຂ ຈຳນວນ 15 ສະຫາຍ ຍິງ 5 ສະຫາຍ.
ໃນຕອນທ້າຍ, ຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ວຽງທະວີສອນ ເທບພະຈັນ ຊຶ່ງໄດ້ມີຄຳເຫັນຊີ້ທິດເຍືອງທາງຕໍ່ກັບ ສະມາຊິກພັກ ກໍຄື ຄະນະໜ່ວຍພັກ ໃຫ້ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຄຸນງາມຄວາມດີທີ່ຍາດມາໄດ້, ພ້ອມທັງສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ຄຸນສົມບັດສິນທຳປະຕິວັດຂອງຖັນແຖວພະນັກງານ-ສະມາຊິກພັກ ໃຫ້ມີຄວາມຕໍ່ເນື່ອງ ແລະ ເປັນປົກກະຕິ, ກໍ່ສ້າງ, ປັບປຸງສະມາຊິກພັກ ແລະ ໜ່ວຍພັກຂອງຕົນ ໃຫ້ມີຄວາມເຂັ້ມແຂງ ພ້ອມກັນຈັດຕັ້ງປະຕິບັດວຽກງານ ແລະ ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກໃຫ້ຖືກທິດ.

ຮູບພາບໂດຍ : ແສງຈັນ ຫນັງສືພິມປະຊາຊົນ.