ພິທີ ປະກາດການສ້າງຕັ້ງ ອົງການກວດສອບ ປະຈຳພາກເໜືອ 2 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 14 ກຸມພານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງອຸດົມໄຊ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ປະທານອົງການກວດສອບແຫ່ງລັດ, ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ. ມີການນຳພັກ-ລັດແຂວງ, ສະພາປະຊາຊົນແຂວງ, ອົງການກວດສອບແຫ່ງລັດ, ອົງການກວດສອບປະຈໍາພາກເໜືອ 1, ບັນດາພະແນກການ, ອົງການຈັດຕັ້ງອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ກ່າວວ່າ: ໃນໄລຍະຜ່ານມາ ອົງການກວດສອບແຫ່ງລັດ ໄດ້ມີຄວາມພະຍາຍາມເອົາໃຈໃສ່ປັບປຸງດ້ານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ຊຶ່ງການຈັດຕັ້ງຂັ້ນເທິງ ກໍ່ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງວຽກງານກວດສອບ ຈຶ່ງໄດ້ລະບຸເອົາວຽກງານກວດສອບເຂົ້າໃນລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ແລະ ເພື່ອເປັນການຈັດຕັ້ງຜັນຂະຫຍາຍວຽກງານກວດສອບເຂົ້າສູ່ລວງເລິກໃຫ້ແທດເໝາະກັບສະພາບຕົວຈິງຂອງໜ້າທີ່ວຽກງານ ແລະ ຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະ, ຄະນະພັກ-ຄະນະນໍາ ຈຶ່ງໄດ້ຄົ້ນຄວ້າ ແລະ ນໍາສະເໜີ ຄະນະປະຈໍາສະພາແຫ່ງຊາດ ເພື່ອຂໍອະນຸມັດສ້າງຕັ້ງ ອົງການກວດສອບປະຈໍາພາກເໜືອ 2, ເຊິ່ງມີພາລະບົດບາດຊ່ວຍປະທານອົງການກວດສອບແຫ່ງລັດ ກວດສອບບັນດາຫົວໜ່ວຍ ທີ່ນໍາໃຊ້ງົບປະມານແຫ່ງລັດ, ໂຄງການລົງທຶນຂອງລັດ, ວິສາຫະກິດຮັບເໝົາກໍ່ສ້າງໂຄງການລົງທຶນຂອງລັດ, ວິສາຫະກິດຂອງລັດ, ວິສາຫະກິດປະສົມ ແລະ ກວດສອບເປົ້າໝາຍອື່ນໆທີ່ນອນໃນຂອບເຂດຮັບຜິດຊອບວຽກງານກວດສອບຂອງ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ສ່ວນດ້ານກົງຈັກເບື້ອງພັກ ແມ່ນຂຶ້ນກັບອົງຄະນະພັກແຂວງອຸດົມໄຊ ໂດຍກົງ.
ໃນພິທີໄດ້ຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງ ປະທານອົງການກວດສອບ ປະຈຳພາກເໜືອ 2 ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຮອງປະທານອົງການກວດສອບ ປະຈຳພາກເໜືອ 2 ໂດຍຄະນະປະຈຳສະພາແຫ່ງຊາດ ຕົກລົງແຕ່ງຕັ້ງ ທ່ານ ອິນທາ ລືນາມມະຈັກ ກຳມະການພັກແຂວງ ເປັນປະທານອົງການກວດສອບ ປະຈຳພາກເໜືອ 2 ແລະ ທ່ານ ນາງ ຄອນ ສີວົງໄຊ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງອຸດົມໄຊ ເປັນຮອງປະທານອົງການກວດສອບປະຈໍາພາກເໜືອ 2 ພ້ອມດຽວກັນ ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າພະແນກ ພາຍໃນອົງການກວດສອບແຫ່ງລັດ ຕື່ມອີກ.
ຂ່າວ ແລະ ຮູບພາບໂດຍ : ໄມພອນ.