ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ໄດ້ຮັບຄະແນນສຽງເຫັນດີ 125 ສຽງ ກວມ 97,65%
ຕອນເຊົ້າວັນທີ 29 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຄະນະປະທານກອງປະຊຸມ, ຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີທີ່ກ່ຽວຂ້ອງ ພ້ອມດ້ວຍບັນດາທ່ານສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ. …